ບັນທຶກຫຍໍ້ການສ້າງ project template CLI ໄວ້ໃຊ້ໃນທີມດ້ວຍ Mason


ໃນການເຮັດ app ໜຶ່ງໆຂຶ້ນມານັ້ນການຂຶ້ນໂຄງສ້າງ project ເປັນເລື່ອງສຳຄັນອັນດັບຕົ້ນໆທີ່ຕ້ອງຄິດໃຫ້ດີເພາະມັນຈະເປັນໂຕຕັດສິນໄດ້ວ່າ project app ທີ່ເຮັດມານີ້ຈະສາມາດເພີ່ມ feature ໃໝ່ໆ ຫຼື ແກ້ໄຂ້ bugs ໄດ້ຍາກງ່າຍສ່ຳໃດ, ຄົນອື່ນສາມາດມາເຮັດຕໍ່ຈາກຄົນເກົ່າໄດ້ງ່າຍ ຫຼື ບໍ່. ຖ້າເປັນການພັດທະນາເປັນທີມຍິ່ງຕ້ອງຕົກລົງປົງໃຈກັນເລື່ອງມາດຕະຖານຂອງ project structure ແລະ ວິທີການຂຽນໃຫ້ລະອຽດເສຍກ່ອນເພື່ອໃຫ້ທີມໄປໃນທິດທາງດຽວກັນບໍ່ດັ່ງນັ້ນຄວາມວຸ້ນວາຍຈະຕາມມາຢ່າງແນ່ນອນ. ຖ້າຍັງຕົກລົງກັນບໍ່ໄດ້ກໍ່ບໍ່ຄວານເຮັດຂັ້ນຕອນໃດໆຕໍ່.

ໃນ flutter ຫຼື dart ຈະມີ package ທີ່ໃຊ້ໃນການເຮັດ project template ໄດ້ສະດວກສະບາຍນັ້ນກໍ່ຄື mason.

https://pub.dev/packages/mason

mason ເປັນ template generator ເຊິ່ງແມ່ນການໃຊ້ຫົວໜ່ວຍນ້ອຍສຸດທີ່ຮ້ອງວ່າ brick ມາປະກອບກັນເທົ່າທີ່ເຮົາຕ້ອງການເພື່ອສ້າງ project ໜຶ່ງໆຂຶ້ນມາ. ເບິ່ງແລ້ວບໍ່ຕ່າງຫຍັງກັບການນຳເອົາກ້ອນດິນຈີ່ຫຼາຍໆກ້ອນມາກໍ່ເປັນເຮືອນຂຶ້ນມາເລີຍ 😏.

ການໃຊ້ງານ

ຕິດຕັ້ງ mason cli

$ dart pub global activate mason_cli

Initializing

ໃນ folder ທີ່ຕ້ອງການເກັບ project ໄວ້ໃຫ້ run ຄຳສັ່ງ

$ mason init

ຈະເປັນການບອກ mason ວ່າໃນ folder ນີ້ຈະເປັນພື້ນທີ່ໃຊ້ປະກອບ brick ເພື່ອສ້ງເປັນ project ຂຶ້ນມານັ້ນເອງ ໂດຍຈະມີ file mason.yaml ເປັນບ່ອນ config ແລະ ເພີ່ມ brick ຕ່າງໆທີ່ຈຳເປັນໃນການໃຊ້ສ້າງ project ຂອງເຮົາຂຶ້ນມານັ້ນເອງ.

ຕົວຢ່າງລອງເພີ່ມ hello brick ເຂົ້າໄປ

bricks:
  hello: 0.1.0+1

ຈາກນັ້ນ run ຄຳສັ່ງ

$ mason get
$ mason make hello

hello brick ຈະເພີ່ມ README.md ເຂົ້າມາໃຫ້ຕາມ template ທີ່ມັນໄດ້ຖືກອອກແບບໄວ້.

ເຮົາສາມາດເຂົ້າໄປຫາ bricks ຕ່າງໆທີ່ developer ຄົນອື່ນໄດ້ສ້າງ ແລະ share ກັນຈາກທົ່ວໂລກໄດ້ທີ່

https://brickhub.dev/

Custom brick

ເຮົາສາມາດສ້າງ brick ເປັນຂອງຕົວເອງເພື່ອໃຊ້ພາຍໃນທີມໄດ້ຢ່າງງ່າຍດາຍໂດຍມີຂັ້ນຕອນຕາມນີ້

create new brick

$ mason new litd-mobile-arc --desc "Laoitdev mobile app project tamplate"

ຈະໄດ້ new brick ມີໂຄງສ້າງດັງນີ້

.
├── __brick__
├── CHANGELOG.md
├── LICENSE
├── README.md
└── brick.yaml

ເຮົາສາມາດ define project template ຂອງເຮົາໄວ້ໃນ __brick__ ໂດຍຈະໃຊ້ mustache ທີ່ເປັນ Logic-less templates.

https://mustache.github.io/mustache.5.html

ການນຳໄປໃຊ້

# file mason.yaml
bricks:
  litd_mobile_arc:
    path: bricks/litd_mobile_arc
$ mason make litd_mobile_arc

ໃນການໃຊ້ງານແບບລະອຽດສາມາດໄປອ່ານເພີ່ມໄດ້ທີ່

https://docs.brickhub.dev/brick-syntax

ສະຫຼຸບ

  • ແນະນຳເລີ່ມສ້າງ template ໄວ້ໃຊ້ພາຍໃນທີມໄວ້ເລີຍເພື່ອຄວາມສະດວກໃນການພັດທະນາແອັບໃຫ້ງ່າຍ ແລະ ວ່ອງໄວຂຶ້ນ.
  • ເປັນໄປໄດ້ຕ້ອງຕົກລົງສ້າງມາດຕະຖານການພັດທະນາລະຫວ່າງທີມ mobile ແລະ ທີມ back-end ພາຍໃນບໍລິສັດເພື່ອກຽມ template project ປະເພດຕ່າງໆໄວ້ບໍ່ວ່າຈະເປັນສ່ວນຂອງ error model, security, http method, authentication , header, ການເຂົ້າລະຫັດ, signature ແລະ ສິ່ງອື່ນໆທີ່ຕ້ອງເລີ່ມເຮັດໃໝ່ກັນຕະຫຼອດເມື່ອເລີ່ມ project ໃໝສ ຫຼື ເຮັດວຽກຮ່ວມກັບ Dev ຄົນໃໝ່, ເຊິ່ງມັນບໍ່ຈຳເປັນຕ້ອງເຮັດໃໝາເລີຍ.
  • ສ້າງ brick ຍ່ອຍໆໄວ້ເວລາອັບເດດສະເພາະສ່ວນຈຶ່ງງ່າຍ.
  • ການວາງມາດຕະຖານ project template ຈະຊ່ວຍຫຼຸດ technical debt ໄດ້ຫຼາຍພໍສົມຄວນ.

ຂໍ້ໃຫ້ໂຊກດີກໍ່ແລ້ວກັນ 😂.

Support

ຂຽນໂດຍ: xangnam phiasakha