Lao IT Dev ຮ່ວມມືກັບ i-Bitz ນຳບໍລິການດ້ານ GIS ລົງຕະຫລາດລາວ


ວັນທີ 20 ເມສາ 2018 ທີ່ຜ່ານມາ ທີ່ຫ້ອງການ Lao IT Dev ໄດ້ມີການຕ້ອນຮັບບໍລິສັດ i-Bitz ຈາກປະເທດໄທ ຜູ່ນຳດ້ານການພັດທະນາລະບົບ GIS.

ສອງບໍລິສັດຈະໄດ້ຮ່ວມມືກັນ ເພື່ອນຳເອົາການພັດທະນາລະບົບດ້ານ GIS ມາໃຫ້ບໍລິການໃນປະເທດລາວ ເຊິ່ງຈະສ້າງໃຫ້ລະບົບມີປະສິດຕິພາບຂຶ້ນ ນຳໃຊ້ໄດ້ງ່າຍຂຶ້ນ ແລະຕອບສະຫນອງວຽກງານໃນຫລາຍຂະແຫນງໂດຍສະເພາະ ດ້ານກະສິກຳ, ການເງິນ, ສະພາບແວດລ້ອມ, ການຂົນສົ່ງ ແລະອື່ນໆ.