Lao IT Dev ຢ້ຽມຢາມບໍລິສັດ Gravitech ຜູ້ນຳດ້ານອຸປະກອນ IOT


ວັນທີ 8 ພະຈິກ 2016 ທີມງານຄະນະບໍລິຫານຈາກ Lao IT Dev ໄດ້ໄປຢ້ຽມຢາມ ບໍລິສັດ Gravitech Thailand ເຊິ່ງເປັນບໍລິສັດຜູ້ຜະລິດບອດແລະອຸປະກອນ IoT ຊັ້ນນຳໃນປະເທດໄທແລະອາຊຽນ.

ໂດຍການໄປຢ້ຽມຢາມຄັ້ງນີ້ ແມ່ນໄດ້ໄປເບິ່ງຫ້ອງວິໃຈ ແລະອຸປະກອນການຜະລິດບອດແລະເຄື່ອງມື IoT ເຊິ່ງເປັນການຮ່ວມມືກັນໃນການນຳເອົາຄວາມຮູ້ນີ້ ແລະອຸປະກອນຕ່າງໆ ມາສົ່ງເສີມແລະພັດທະນາຄວາມສາມາດໃຫ້ນັກພັດທະນາດ້ານ IoT ໃນປະເທດລາວ ໃນອະນາຄົດ