CODEGPT ເປັນ extension ໜຶ່ງໃນ vscode ທີ່ຜູ້ຂຽນລອງໃຊ້ມາໄດ້ຊ່ວງໜຶ່ງລະ. feature ຫຼັກໆກະຄືໆກັນກັບ chat GPT (ຂໍ້ເສຍແມ່ນຈະເປັນ chat ແບບ session ດຽວ) ຫຼື ອາດຈະມີຫຼາຍ ບໍ່ແນ່ໃຈຄືກັນ 555.
https://marketplace.visualstudio.com/items?itemName=DanielSanMedium.dscodegpt


# Feature ຫຼັກໆກະອີງຕາມ 2ພາບດ້ານເທິງເລີຍຄື:
- Ask CodeGPT ແມ່ນເປີດ command box ມາຮັບ text input ເພື່ອຍິງໄປຖາມ api chatGPT.
- Compile & Run ບໍ່ແນ່ໃຈ ຍັງບໍ່ເຄີຍລອງ (ໃຜລອງແລ້ວຫຼັງໄມມາແນະນຳແນ່ເດີ້)
- Explain CodeGPT ແມ່ນອະທິບາຍ source code ທີ່ເຮົາໄດ້ເອົາ cursor ໄປ selection ໄວ້ແລ້ວ click ຂວາມາເລືອກ context menu ນີ້. ຄຳຕອບສ່ວນຫຼາຍຈະເປັນເຊິງທິດສະດີໄປເລີຍ
- Document CodeGPT ນີ້ບໍ່ແນ່ໃຈ ຍັງບໍ່ເຄີຍລອງຄືກັນ 555 (ຕາມທີ່ລອງກົດເບິ່ງໜ້າຈະແມ່ນເຮັດ Document ອະທີບາຍສິ່ງທີ່ cursor selection ໄວ້ຢູ່) ອອກມາເປັນເອກະສານແບບລະອຽດ

Find Problem ໃຊ້ຕ່າງກໍລະນີ. ຖ້າເຮົາເປີດ # ປັນຫາທີ່ຕ້ອງການຫາ ແລ້ວ select > context menu > Find Problems CodeGPT ຈະເປັນການສັ່ງໃຫ້ອະທິບາຍ ແລະ ຄົ້ນຫາບັນຫາກ່ຽວກັບທີ່ເຮົາເລືອກໄປ ແລະ result ຈະອອກມາເປັນທັງທິດສະດີ + code ທີ່ມີ comment ອະທິບາຍລາຍແຖວ

Unit Test CodeGPT ຕາມທີ່ໃຊ້ໆມາແມ່ນ ເລືອກ Function ທີ່ເຮົາຂຽນມາ select > context menu > Unit Test ແລ້ວ CodeGPT ຈະ generate test ມາໃຫ້

# ສະຫຼຸບ: ໃຜລຶ້ງອັນໃດກໍໃຊ້ອັນນັ້ນແລະ
ຂຽນໂດຍ: Noy Sengxayya