Lao IT Dev ອຸປະຖຳລະບົບ RFID ໃນງານແຂ່ງລົດຖີບ Bike for Her 2018


ໃນວັນທີ 3 ມີນາ 2018 ທີມງານ Lao IT Dev ໄດ້ນຳເອົາເທັກໂນໂລຍີ RFID ມາໃຊ້ໃນການຕິດຕາມລົດຖີບໃນງານແຂ່ງຂັນລົດຖີບການກຸສົນ Bike for Her 2018 ທີ່ເປັນງານລົດຖີບເພື່ອສະແດງຈຸດຢືນຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ເພດຍິງ.

ບໍລິສັດລາວໄອທີພັດທະນາ ຈຳກັດ ໄດ້ນຳເອົາເທັກໂນໂລຍີ RFID ມາປະຍຸກໃຊ້ຕິດຕາມ ແລະລາຍງານຜົນການແຂ່ງຂັນລົດຖີບ ໂດຍອຸປະຖຳໃຫ້ງານເປັນມູນຄ່າລວມ 40.000.000 ກີບ.