Lao IT Dev ມອບອຸປະກອນການສຶກສາໃຫ້ຄະນະວິສະວະກຳສາດ


ວັນທີ 6 ພະຈິກ 2016 ທີມງານ Lao IT Dev ຮ່ວມກັບບໍລິສັດ Gravitech ໄດ້ຈັດການຝຶກອົບຮົມຫລັກສູດ IoT ເບື້ອງຕົ້ນ ໃຫ້ນັກສຶກສາຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ວິທີການສ້າງແລະປະດິດອຸປະກອນ IoT ເພື່ອປະຍຸກໃຊ້ໃນວຽກງານດ້ານຕ່າງໆ.

ນອກນັ້ນຍັງໄດ້ມອບອຸປະກອນເປັນຊຸດບອດ Lambda Learning Kit ຈຳນວນ 15 ຊຸດ ເປັນມູນຄ່າລວມ 6,000,000 ກີບ ໃຫ້ແກ່ພາກວິຊາວິສະວະກຳຄອມພິວເຕີ ແລະເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອໃຫ້ໃນການສິດສອນແລະເປັນອຸປະກອນທົດລອງໃຫ້ແກ່ນັກສຶກສາວິສະວະກຳດ້ານໄອທີ.