Lao IT Dev ຮ່ວມງານ RFID Hero 2016


ວັນທີ 9 ພະຈິກ 2016 ທີ່ຜ່ານມາ ບໍລິສັດ ລາວໄອທິພັດທະນາ ຈຳກັດ ຖືກເຊີນເຂົ້າຮ່ວມງານວາງສະແດງເທັກໂນໂລຍີກ່ຽວກັບ RFID ໃນງານທີ່ຊື່ວ່າ RFID Hero 2016 ທີ່ປະເທດໄທ ເຊິ່ງເປັນງານຮ່ວມເອົາບໍລິສັດທີ່ເຮັດວຽກໃນດ້ານເທັກໂນໂລຍີ RFID ທົ່ວອາຊຽນ ມາວາງສະແດງ ແລະແລກປ່ຽນປະສົບການ ການນຳໃຊ້ເທັກໂນໂລຍີ RFID ໃນຮູບແບບຕ່າງໆ

ພາຍໃນງານທີມງານ Lao IT Dev ໄດ້ນຳເອົາຜົນງານການນຳໃຊ້ RFID ທີ່ປະຍຸກໃຊ້ໃນການຕິດຕາມເອກະສານ ໄປວາງສະແດງໃນບູ໊ດ ແລະນອກນັ້ນ ຍັງໄດ້ຂຶ້ນເວທີເສວະນາ ເລົ່າປະສົບການການປະຍຸກເອົາເທັກໂນໂລຍີ RFID ມາໃຊ້ກວດສອບຄົນເຂົ້າອອກກອງປະຊຸມສຸດຍອດອາຊຽນທີ່ປະເທດລາວເປັນເຈົ້າພາບໃນປີ 2016 ເຊິ່ງບໍລິສັດ ລາວໄອທີພັດທະນາ ຈຳກັດ ໄດ້ປະສົບຜົນສຳເລັດໃນການນຳເອົາເທັກໂນໂລຍີ RFID ແບບຄື້ນໄລຍະໄກ (UHF) ມາໃຊ້ຕິດຕາມການເຂົ້າອອກຂອງຜູ້ແທນທີ່ມາຮ່ວມກອງປະຊຸມ ແບບອັດຕະໂນມັດ ເປັນຄັ້ງທຳອິດໃນອາຊຽນທີ່ມີການນຳໃຊ້ຮູບແບບນີ້.

ນອກນັ້ນພາຍໃນງານຍັງມີນະວັດຕະກຳໃຫມ່ໆທີ່ຫນ້າສົນໃຈຫລາຍຢ່າງອັນກ່ຽວຂ້ອງກັບ RFID ທີ່ນຳໃຊ້ໃນວຽກງານແລະອຸດສະຫະກຳຂະແຫນງຕ່າງໆ ສາມາດຕິດຕາມເບິ່ງເພີ່ມຕື່ມໄດ້ທີ່: http://www.rfidthailand.net/16150101/rfid-duo-hero-2016