ຍ້າຍແລ້ວ! ຫ້ອງການ Lao IT Dev ຍ້າຍໄປບ່ອນໃຫມ່ ສ້າງເຮືອນແຫ່ງນັກພັດທະນາ


ກ້າວເຂົ້າສູ່ປີ 2018 ຫ້ອງການບໍລິສັດ ລາວໄອທີພັດທະນາ ຈຳກັດ ກໍໄດ້ຍ້າຍໄປສູ່ສິ່ງໃຫມ່ໆ ພວກເຮົາໄດ້ຍ້າຍຈາກຫ້ອງການເກົ່າທີ່ຢູ່ບ້ານໂພນຕ້ອງສະຫວາດ ມາຢູ່ທີ່ບ້ານວັດນາກ ຈຶ່ງແຈ້ງມາໃຫ້ທຸກໆຄົນຮັບຮູ້.

ຫ້ອງການໃຫມ່ ໃຈໃຫຍ່ໃຈກວ້າງເຊັ່ນເກົ່າ ທີ່ນີ້ພວກເຮົາມີສະຖານທີ່ໄວ້ໃຫ້ນັກພັດທະນາດ້ານໄອທີ ໄດ້ເຂົ້າມາມີສ່ວນຮ່ວມ ມີຫ້ອງສຳມະນາ ຫ້ອງປະຊຸມທີກວ້າງຂວາງ ມີສະຖານທີ່ຈອດລົດທີ່ຮອງຮັບໄດ້ຈຳນວນຫລາຍ ແລະທີ່ສຳຄັນຫ້ອງການໃຫມ່ ມາພ້ອມຄອນເຊັບໃຫມ່ ພື້ນທີ່ນີ້ເປັນເຮືອນຂອງນັກພັດທະນາ ເພາະທີ່ນີ້ແມ່ນ Lao IT Dev @ Home Of Dev