ນັກຮຽນໂຮງຮຽນພອນແກ້ວວິທະຍາ ທັດສະນະທີ່ Lao IT Dev


ໃນວັນເສົາ ທີ 12 ພຶດສະພາ 2018 ຜ່ານມາ ນັກຮຽນ ມ7 ຂອງໂຮງຮຽນພອນແກ້ວວິທະຍາ ໄດ້ໄປທັດສະນະສຶກສາພາຍໃນນະຄອນຫຼວງວຽງຈັນ ພາຍໃຕ້ສອງຫົວຂໍ້ຄື: 1) “ນະຄອນຫຼວງວຽງຈັນ ເປັນສູນກາງດ້ານການເມືອງແລະການປົກຄອງ ຂອງ ສ.ປ.ປ.ລາວ” ພ້ອມທັງຮຽນຮູ້ການນຳໃຊ້ແຜນທີ່ການທ່ອງທ່ຽວ ແລະ 2) “ວິຊາອາຊີບຕ່າງໆໃນຂະແໜງ ໄອທີ” ເຊິ່ງໄດ້ຮັບການຕ້ອນຮັບແລະໃຫ້ຂໍ້ມູນເປັນຢ່າງດີ ຈາກຜູ້ອຳນວຍການພ້ອມທັງພະນັກງານ 15 ທ່ານ ຂອງບໍລິສັດ Lao IT Dev

ທີມງານ Lao IT Dev ໄດ້ແລກປ່ຽນປະສົບການການດຳເນີນອາຊີບໃນສາຍໄອທີ ຈາກປະສົບການຈິງ ເຮັດໃຫ້ນ້ອງໆໄດ້ຮັບຄວາມຮູ້, ປະສົບການແລະຄວາມມ່ວນຊື່ນ ພ້ອມການຖາມຕອບ ທີ່ຫນ້າສົນໃຈຈາກນ້ອງໆນັກຮຽນມໍປາຍ.

 

ຖ້າໂຮງຮຽນໃດຕ້ອງການນຳພານັກຮຽນນັກສຶກສາມາທັດສະນະ ເພື່ອແລກປ່ຽນແລະໄດ້ຮຽນຮູ້ປະສົບການດ້ານໄອທີ ຈາກນັກພັດທະນາໄອທີໂດຍກົງ ສາມາດຕິດຕໍ່ຫາບໍລິສັດ ລາວໄອທີພັດທະນາ ຈຳກັດ