ໂຕແທນຈາກ NTC ຢ້ຽມຢາມຫ້ອງການ Lao IT Dev


ວັນທີ 28 ມິຖຸນາ 2017 ທີ່ຜ່ານມາ ທີ່ຫ້ອງການບໍລິສັດ Lao IT Dev ໂຕແທນຈາກບໍລິສັດ Network Training Center ຈາກປະເທດໄທ ໄດ້ມາຢ້ຽມຢາມພວກເຮົາ ເຊິ່ງເປັນການຮ່ວມມືກັນລະຫວ່າງສອງບໍລິສັດ ເພື່ອໃຫ້ບໍລິການດ້ານການຝຶກອົບຮົມ ທີ່ກ່ຽວຂ້ອງກັບໄອທີໃນສາຍຕ່າງໆ ເຊັ່ນ:

  • ຫລັກສູດກ່ຽວກັບພື້ນຖານຄອມພິວເຕີແລະໄອທີ
  • ຫລັກສູດ Microsoft Office, Microsoft Project
  • ຫລັກສູດ Administrator ບໍ່ວ່າຈະເປັນ Windows Server ຫລື LINUX Server
  • ຫລັກສູດດ້ານ Data Security
  • ຫລັກສູດ Comptia, CCNA, CISCO, ORACLE…

ຖ້າອົງກອນໃດຕ້ອງການຫລັກສູດຝຶກອົບຮົບ ໃຫ້ແກ່ພະນັກງານພາຍໃນ ສົນໃຈສາມາດຕິດຕໍ່ມາທີ່ບໍລິສັດ ລາວໄອທີພັດທະນາ ຈຳກັດ ພວກເຮົາມີອາຈານແລະຄູຝືກທີ່ມີປະສົບການ ພ້ອມໃບຢັ້ງຢືນຕາມມາດຕະຖານສາກົນ ແລະຍັງສາມາດກຽມຄວາມພ້ອມໃຫ້ພະນັກງານຂອງທ່ານ ສອບເສັງເອົາໃບຢັ້ງຢືນຕາມມາດຕະຖານຕ່າງໆໄດ້ນຳອີກ.