ງານ Coding Dojo ຄັ້ງທີ 1 ທີ່ Home of Dev


ວັນທີ 12 ມີນາ 2018 ທີ່ Home of Dev ຂອງບໍລິສັດ ລາວໄອທີພັດທະນາ ຈຳກັດ ໄດ້ມີການຈັດງານ Coding Dojo ຄັ້ງທີ 1 ເຊິ່ງເປັນການເປີດໂອກາດໃຫ້ນັກພັດທະນາສາຍໄອທີ ໄດ້ຮຽນຮູ້ມາດຕະຖານ ແລະຮູບແບບການເຮັດວຽກແບບສາກົນ ໃນການຂຽນໂປຣແກຣມ, Review ແລະ ທົດສອບ code ໂປຣແກຣມ ກ່ອນອອກສູ່ສັງຄົມໃຫ້ນຳໃຊ້ແທ້.

ໃນອະນາຄົດຍັງຈະມີງານຮູບແບບນີ້ອີກເລື້ອຍໆ ໃຜສົນໃຈຕິດຕາມໄດ້ທີ່ເວັບໄຊ www.laoitdev.com ແລະ Page Laoitdev ເພາະທີ່ນີ້ຄືເຮືອນຂອງນັກພັດທະນາ #HomeOfDev